ຕັ້ງຄ່າເຄື່ອງ Mac ສຳລັບນັກຂຽນເວັບມືໃໝ່: ລວມເຄື່ອງມືພື້ນຖານທີ່ຕ້ອງມີຕິດເຄື່ອງ

ຕັ້ງຄ່າເຄື່ອງ Mac ສຳລັບນັກຂຽນເວັບມືໃໝ່: ລວມເຄື່ອງມືພື້ນຖານທີ່ຕ້ອງມີຕິດເຄື່ອງ

ສຳລັບນັກພັດທະນາເວັບໄຊ (Web Developer) ທີ່ຫາກໍ່ຍ້າຍມາໃຊ້ລະບົບປະຕິບັດການ macOS ອາດຈະຍັງສັບສົນວ່າຈະຕ້ອງເລີ່ມຕົ້ນຕັ້ງຄ່າເຄື່ອງແນວໃດ ແລະ ຕ້ອງຕິດຕັ້ງໂປຣແກຣມຫຍັງແດ່ ເພື່ອໃຫ້ພ້ອມສຳລັບການຂຽນໂຄດ.

ມື້ນີ້ LaoCourse ໄດ້ລວບລວມເອົາໂປຣແກຣມພື້ນຖານທີ່ຈຳເປັນສຳລັບສາຍຂຽນເວັບ (ໂດຍສະເພາະສາຍ PHP, Laravel ຫຼື ລະບົບຖານຂໍ້ມູນຕ່າງໆ) ມາແນະນຳກັນ:

1. ຈຳລອງ Server ພາຍໃນເຄື່ອງດ້ວຍ XAMPP ກ່ອນຈະເອົາເວັບຂຶ້ນສູ່ອິນເຕີເນັດແທ້ ເຮົາຕ້ອງທົດສອບພາຍໃນເຄື່ອງເຮົາກ່ອນ. ການໃຊ້ XAMPP ເປັນວິທີທີ່ງ່າຍທີ່ສຸດສຳລັບຜູ້ເລີ່ມຕົ້ນ ເພາະມັນມັດລວມເອົາທັງ Apache (ສຳລັບລັນ Web Server), MySQL/MariaDB (ສຳລັບຖານຂໍ້ມູນ) ແລະ PHP ມາໃຫ້ຄົບຈົບໃນໂປຣແກຣມດຽວ. ພຽງແຕ່ຕິດຕັ້ງແລ້ວກົດ Start ກໍສາມາດຈຳລອງ Localhost ໄດ້ທັນທີ.

2. ອາວຸດຄູ່ກາຍ: Visual Studio Code (VS Code) ໂປຣແກຣມຂຽນໂຄດ (Code Editor) ຍອດຮິດທີ່ສຸດໃນຍຸກນີ້. ມັນໃຊ້ງານຟຣີ, ເບົາເຄື່ອງ ແລະ ມີ Extension ໃຫ້ໂຫຼດເພີ່ມຢ່າງມະຫາສານ ທີ່ຊ່ວຍໃຫ້ການຂຽນ HTML, CSS, PHP ຫືຼ Framework ຕ່າງໆງ່າຍຂຶ້ນຫຼາຍ.

3. ຈັດການຖານຂໍ້ມູນ: DBeaver ຫຼື phpMyAdmin

  • phpMyAdmin: ຖ້າທ່ານໃຊ້ XAMPP ມັນຈະມີໂຕນີ້ແຖມມາໃຫ້ແລ້ວ ສາມາດຈັດການຖານຂໍ້ມູນຜ່ານໜ້າເວັບບຼາວເຊີໄດ້ເລີຍ.
  • DBeaver (ຫຼື Azure Data Studio ຖ້າໃຊ້ SQL Server): ສຳລັບຄົນທີ່ຕ້ອງການໂປຣແກຣມຈັດການຖານຂໍ້ມູນແບບເປັນໜ້າຕ່າງແຍກຕ່າງຫາກ ທີ່ຮອງຮັບການເຊື່ອມຕໍ່ກັບ Database ຫຼາກຫຼາຍປະເພດ ການໃຊ້ DBeaver ກໍເປັນທາງເລືອກທີ່ດີຫຼາຍໃນເຄື່ອງ Mac.

4. ໂປຣແກຣມທົດສອບ API: Postman ຖ້າທ່ານຕ້ອງຂຽນລະບົບຫຼັງບ້ານ (Backend) ທີ່ຕ້ອງມີການສົ່ງຂໍ້ມູນຜ່ານ API (ເຊັ່ນ: ເຮັດລະບົບສະໝັກສະມາຊິກ, ເຊື່ອມຕໍ່ແອັບມືຖື), Postman ແມ່ນເຄື່ອງມືທີ່ຈະຊ່ວຍໃຫ້ທ່ານຍິງ Request ທົດສອບ API ຂອງທ່ານໄດ້ງ່າຍໆ ໂດຍບໍ່ຕ້ອງຂຽນໜ້າເວັບ (Frontend) ມາທົດສອບກ່ອນ.

ສະຫຼຸບ: ການມີເຄື່ອງມືທີ່ດີກໍຄືກັບການມີອາວຸດທີ່ຄົມ ມັນຊ່ວຍໃຫ້ເຮົາເຮັດວຽກໄດ້ໄວ ແລະ ມີປະສິດທິພາບຫຼາຍຂຶ້ນ. ເມື່ອຕັ້ງຄ່າໂປຣແກຣມເຫຼົ່ານີ້ສຳເລັດແລ້ວ ເຄື່ອງ Mac ຂອງທ່ານກໍພ້ອມລຸຍທຸກໂປຣເຈັກແລ້ວ!

#Web Development #Mac #XAMPP #VS Code

ແຊຣ໌ບົດຄວາມນີ້:

Facebook WhatsApp