ກ້າວທຳອິດສູ່ການສ້າງເວັບໄຊ: ປູພື້ນຖານ HTML ແລະ CSS ສຳລັບຜູ້ເລີ່ມຕົ້ນ
ຢາກເລີ່ມຂຽນເວັບໄຊແຕ່ບໍ່ຮູ້ຈະເລີ່ມຈາກໃສ? ບົດຄວາມນີ້ຈະພາທ່ານໄປຮູ້ຈັກກັບ HTML ແລະ CSS ເຊິ່ງເປັນຫົວໃຈຫຼັກ ແລະ ກ້າວທຳອິດທີ່ສຳຄັນທີ່ສຸດສຳລັບການກ້າວເຂົ້າສູ່ວົງການ Web Developer.
ຫຼັງຈາກທີ່ເຮົາໄດ້ປູພື້ນຖານ HTML ແລະ CSS ກັນໄປແລ້ວ, ບາດນີ້ກໍຮອດເວລາທີ່ຈະກ້າວເຂົ້າສູ່ການພັດທະນາເວັບໄຊແບບລົງເລິກ ຫຼື ທີ່ເອີ້ນວ່າການເຮັດລະບົບຫຼັງບ້ານ (Backend Architecture) ນັ້ນເອງ.
ໃນຍຸກປັດຈຸບັນ, ການຂຽນໂຄດຕັ້ງແຕ່ເລີ່ມຕົ້ນ (From Scratch) ອາດຈະໃຊ້ເວລາຫຼາຍ ແລະ ສ່ຽງຕໍ່ຊ່ອງໂຫວ່ດ້ານຄວາມປອດໄພ. ດັ່ງນັ້ນ, ນັກພັດທະນາຈຶ່ງນິຍົມໃຊ້ Web Framework ເຊິ່ງເປັນໂຄງສ້າງພື້ນຖານທີ່ຊ່ວຍໃຫ້ເຮົາສ້າງເວັບໄຊໄດ້ໄວ, ປອດໄພ ແລະ ເປັນລະບຽບຫຼາຍຂຶ້ນ. ມື້ນີ້ LaoCourse ຈະມາປຽບທຽບ 2 Framework ຍອດຮິດທີ່ສຸດຄື Laravel ແລະ Django.
Laravel ແມ່ນ Framework ທີ່ພັດທະນາຕໍ່ຍອດມາຈາກພາສາ PHP ເຊິ່ງຖືວ່າເປັນກະສັດແຫ່ງວົງການພັດທະນາເວັບໄຊມາດົນນານ (ຫຼາຍຄົນອາດຈະເຄີຍຜ່ານການໃຊ້ CodeIgniter ມາແລ້ວ, ແຕ່ Laravel ຄືຈຸດສູງສຸດຂອງ PHP ໃນຍຸກນີ້).
Django ແມ່ນ Framework ທີ່ຂຽນດ້ວຍພາສາ Python ໂດຍມີສະໂລແກນວ່າ "The web framework for perfectionists with deadlines" ເຊິ່ງຖືກອອກແບບມາໃຫ້ເຮັດວຽກສຳເລັດໄດ້ໄວພາຍໃຕ້ເວລາທີ່ຈຳກັດ.
ການເລືອກ Framework ທີ່ດີທີ່ສຸດແມ່ນຂຶ້ນກັບລັກສະນະຂອງໂປຣເຈັກ. ຖ້າທ່ານມັກຄວາມຍືດຫຍຸ່ນ, ມີຖານຂໍ້ມູນແບບ SQL ທີ່ຊັບຊ້ອນ ແລະ ຢາກໄດ້ຊຸມຊົນທີ່ຄອຍຊ່ວຍເຫຼືອຫຼວງຫຼາຍ Laravel ຄືຄຳຕອບ. ແຕ່ຖ້າທ່ານມັກຄວາມເປັນລະບຽບຂອງ Python, ຕ້ອງການຂຶ້ນໂຄງສ້າງລະບົບໃຫ້ໄວທີ່ສຸດ ແລະ ມີແຜນຈະຫລິ້ນກັບ Data Django ກໍເປັນຕົວເລືອກທີ່ບໍ່ຄວນພາດ.
ຢາກເລີ່ມຂຽນເວັບໄຊແຕ່ບໍ່ຮູ້ຈະເລີ່ມຈາກໃສ? ບົດຄວາມນີ້ຈະພາທ່ານໄປຮູ້ຈັກກັບ HTML ແລະ CSS ເຊິ່ງເປັນຫົວໃຈຫຼັກ ແລະ ກ້າວທຳອິດທີ່ສຳຄັນທີ່ສຸດສຳລັບການກ້າວເຂົ້າສູ່ວົງການ Web Developer.